ຜ່ານປ້າຍໂຄສະນາຫຼາຍກວ່າ 30 ຈຸດ ຄອບຄຸມທົ່ວນະຄອນຫຼວງວຽນຈັນ. ດ້ວຍການໃຫ້ການສະໜັບສະໜູນຢ່າງເປັນທາງການໂດຍ Gulf Oil Laos ແລະ PPB Media, ແລະ ຮ່ວມສະໜັບສະໜູນໂດຍ Souvanny Home Center, Target Magazine ແລະ Panyathip Advertising. ພວກເຮົາທີ່ມີເປົ້າໝາຍອັນດຽວກັນ ຄືຊ່ວຍເຮັດໃຫ້ປະຊາຊົນເພີ່ມສະຕິໃນການປ້ອງກັນໂຕເອງຈາກພະຍາດໂຄວິດ 19 ດ້ວຍຮູບພາບ ແລະ ຂໍ້ຄວາມສື່ສານຢູ່ເທິງປ້າຍໂຄສະນາ.