Weltmeister W5 ໄດ້ເຜີຍໂສມຢ່າງເປັນທາງການໃນລາວ ພາຍໃຕ້ບໍລິສັດ WM Motor Laos ໃນງານວາງສະແດງລົດນານາຊາດວຽງຈັນ 2022 ທີ່ສູນວາງສະແດງສິນຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ເມື່ອວັນເສົາທີ 19 ພະຈິກ 2022 ທີ່ຜ່ານມາ.

.

ໃນງານເປີດໂຕ Weltmeister (ເວວທ໌ມາຍເຕີ) W5 ນີ້ ໄດ້ມີການເນັ້ນຢໍ້າເຖິງຄວາມສຳຄັນຂອງຍານພາຫະນະໄຟຟ້າ ຫຼື EV ວ່າເປັນຕົວກະຕຸ້ນທີ່ສຳຄັນເພື່ອສະພາບແວດລ້ອມທີ່ດີກວ່າ ລວມທັງການນຳໃຊ້ພະລັງງານທີ່ຍືນຍົງ ແລະ ລົດໄຟຟ້າຮຸ່ນນີ້ກໍຖືກຜະລິດອອກມາເພື່ອຕອບໂຈດຄວາມຕ້ອງການດັ່ງກ່າວ.

.

ທ່ານ Yedi Sondy ຜູ້ອຳນວຍການບໍລິຫານຈາກ WM Motor Asia-Pacific ໄດ້ກ່າວວ່າ Weltmeister W5 ເປີດຕົວໃນ ທັນວາ 2017 ແລະ ເປີດຕົວຕໍ່ມວນຊົນໃນເດືອນພຶດສະພາ 2018. ຕົວລົດມີການຈັດການທາງດ້ານແບັດເຕີຣີ່ທີ່ດີທີ່ສຸດໃນລົດລະດັບດຽວກັນ ແລະ ມີເຕັກໂນໂລຊີຂັບເຄື່ອນດ້ວຍຕົວເອງທີ່ກ້າວໜ້າ ພ້ອມເປັນຜູ້ນຳໜ້າໃນການເຊື່ອມຕໍ່ທີ່ ສະຫຼາດ. ກາຍເປັນລົດ EV ທຳອິດທີ່ຈີນໄດ້ອອກແບບມາ ແລະ ສ້າງຢ່າງເຕັມຕົວ ໂດຍມີຍອດຂາຍຫຼາຍກວ່າ 30,000 ຄັນໃນປີ 2019 ແລະ 2022 ໃນຈີນ.

.

ທ່ານ ລັດສະສີພົນ ພິມພະຈັນ ຜູ້ອຳນວຍການ ບໍລິສັດ WM Motor Laos ໄດ້ເປີດເຜີຍວ່າ: Weltmeister ຖືເປັນ 1 ໃນ4 Unicorn Startups ໃນວົງການລົດໄຟຟ້າ 100% ໃນ ສປ ຈີນ. ທາງບໍລິສັດເນັ້ນໃສ່ການເຊື່ອມຕໍ່ ເຕັກໂນໂລຊີຂອງລົດ ເຂົ້າກັບຊີວິດປະຈຳວັນຂອງຜູ້ໃຊ້ ໃນຮູບແບບ Smart Eco-system ທີ່ຈະເຮັດໃຫ້ການນຳໃຊ້ລົດ ເປັນໄປໄດ້ຫຼາຍກວ່າພະຫະນະໃນການເດີນທາງ ໂດຍທາງ Welmeister ມີຄວາມຕັ້ງໃຈຕັ້ງແຕ່ທຳອິດວ່າ ຈະຜະລິດ ແລະ ສະໜອງລົດໄຟຟ້າ100% ໂດຍມີເປົ້າໝາຍທີ່ຈະຫລຸດຜ່ອນອາຍພິດໃນອາກາດ ແລະ ສ້າງສະພາບແວດລ້ອມທີ່ດີຂຶ້ນ ແລະ ການໃຊ້ຊີວິດທີ່ດີກວ່າ.

✨ ພິເສດ! ສຳລັບໃນງານ Vientiane International Motor Expo 2022 ທາງ WM Motor Laos – ເວເອັມມໍເຕີລາວ ມີຂອງແຖມຫຼາກຫຼາຍສຳລັບຜູ້ອອກທີ່ອອກລົດ W5 ພາຍໃນງານ ເຊັ່ນ:

.

1. ປະກັນໄພຊັ້ນໜຶ່ງຈາກ APA Insurance 1 ປີ

2. ເຄື່ອງສາກ AC 7kW ພ້ອມຕິດຕັ້ງຢູ່ເຮືອນທ່ານ (ຮັບປະກັນ 1ປີ) ພ້ອມມີທີມງານກວດເຊັກບຳລຸງຮັກສາ

3. ບັດສາກລົດໄຟຟ້າ ທີ່ສະຖານີສາກລົດໄຟຟ້າ BLUE DOT LAOS

4. ຄຳແທ້ໜັກ 2 ສະຫຼຶງ ແລະ ຂອງຂວັນພິເສດຈາກ WM Motor Laos ໄປເລີຍ.

.

#ABetterWayofLiving #imElectrified #EV #WMLA #LAOTHANI #MotorExpo2022